Please help to translate "ຈຳປາເມືອງລາວ"

Share
Font size
Original

ຈຳປາເມືອງລາວ

§1 ໂອດວງຈຳປາ ເວລາຊົມນ້ອງ
ນຶກເຫັນພັນສອງ ມອງເຫັນຫັວໃຈ
ເຮົານຶກຂີ້ນໄດ້ ໃນກິ່ນເຈົ້າຫອມ
 
ເຫັນສວນດອກໄມ້ ບິດາປູກໄວ້ ຕັ້ງແຕ່ໄດມາ
ເວລາງ່ວມເງົາ ເຈັາຊ່ວຍບັນເທົາ ເຣົາຫາຍໂສກາ
ເຈົ້າດວງຈຳປາ ຄູ່ຄຽງເຣົາມາ ແຕ່ຍາມນ້ອຍເອີຍ
 
§2 ກຶ່ນເຈົ້າສຳຄັນ ຕິດພັນຫົວໃຈ
ເປັນໜ້າຣັກໄຄ່ ແພງໃວ້ເຊີຍຊົມ
ຍາມເຫງົາເຣົາດົມ ໂອຈຳປາຫອມ
 
ເມື່ອດົມກິ່ນເຈົ້າ ປານພົບຊູ້ເກົ່າ ທີ່ພາກຈາກໄປ
ເຈົ້າເປັນດອກໄມ້ ທີ່ງາມວິໃລ ຕັ້ງແຕ່ໄດມາ
ເຈົ້າດວງຈຳປາ ມາລາຂວັນຣັກ ຂອງຣຽມນີ້ເອຶຍ
 
§3 ໂອດວງຈຳປາ ບຸບຜາເມືອງລາວ ງາມດັ່ງເດືອນດາວ
ຊາວລາວເພິ່ງໃຈ ເກິດຢູ່ພາຍໃນ ແດນດິນລ້ານຊ້າງ
ເມື່ອໄດ້ພັດພາກ ໜີໄປໄກຈາກ ບ້ານເກີດເມີອງນອນ
ຣຽມຈະເອົາເຈົ້າ ເປັນເພື່ອນຣ່ວມເຫງົາ ເທົ່າສິ້ນຊີວາ
ເຈົ້າດວງຈຳປາ ມາລາຂວັນຣັກ ມິ່ງເມືອງລາວເອີຍ
 
Translation
 
Login or register to post translation
Comments