• ໃສ່ໃຈໄດ້ແຕ່ມອງ

Share
Font Size
ເຈົ້າໃຫ້ມັນທັງໃຈ ທັງທີ່ກໍຮູ້ວ່າເຈົ້ານັ້ນຕ້ອງມີນ້ຳຕາ
ມື້ໃດເຈົ້າເຈັບ ຢາກໃຫ້ເຈົ້ານັ້ນຫັນກັບມາ
ເພາະວ່າເຂົານັ້ນເຮັດໃຫ້ເຈົ້າຕ້ອງເສຍໃຈ
 
ມາຮັກກັບອ້າຍຄົນນີ້ ຈະບໍ່ເຮັດໃຫ້ເສຍໃຈ
ຈະຮັກສາໄວ້ແບບນີ້ ແລະຈະຮັກເຈົ້າເລື້ອຍໄປ
ຂໍສັນຍາ ຈະບໍ່ເຮັດໃຫ້ເຈັບຄືກັບຄົນເກົ່າ ຟັງເອົາໄວ້
 
ໃສ່ໃຈໄດ້ແຕ່ມອງ ໃສ່ມອງໄດ້ທັງປາ
ໃສ່ໃຈອ້າຍນີ້ນາ ຊິພາໄປກິນແກງໜໍ່ໄມ້
ຊິພາໄປລ້ຽງຄວາຍ ແລະຂີ່ລົດໄຖນາ
ແລະອ້າຍຂໍສັນຍາວ່າຈະມີພຽງແຕ່ນ້ອງນາງ ຖ້າເຈົ້ານັ້ນຮັກກັນ
ອ້າຍຂໍສັນຍາຈະບໍ່ເຮັດໃຫ້ເຈົ້າມີນ້ຳຕາ
ຈະບໍ່ເຮັດໃຫ້ເຈັບຄືກັບຄົນທີ່ຜ່ານມາ
ຈະມີພຽງເຈົ້າຄົນດຽວຕະຫຼອດເລີຍ
ຢາກໃຫ້ເຈົ້ານັ້ນຫັນມາແນມກັນ
(ໂອ ຫັນມາແນມກັນ)
 
ຫຼົງຮັກຄົນບໍ່ມີໃຈ ເຈົ້າຮັກໄປກະເສຍໃຈຄືເກົ່າ
ຫຼົງຮັກຄົນທີ່ເຂົາບໍ່ຫົວຊາ ເຈົ້າມີນ້ຳຕາເຂົາກະບໍ່ສົນໃຈ
ກະມີແຕ່ອ້າຍນີ້ລະທີ່ຄອຍເອົາໃຈ
ອ້າຍນີ້ລະທີ່ຄອຍເທັກແຄເຈົ້າທຸກຢ່າງ
ແລະກໍບໍ່ເຄີຍຈະຫ່າງໄກ ໃຫ້ເຈົ້ານັ້ນຕ້ອງເຫງົາໃຈ ຄອຍປອບເວລາເຈົ້າເສຍໃຈ
ພຽງຢາກໃຫ້ລືມເຂົາຄົນໆນັ້ນ ຄົນທີ່ເຮັດໃຫ້ເຈົ້າເຈັບຊ້ຳ
ຢາກໃຫ້ລືມເລື່ອງໃນວັນນັ້ນ ທີ່ເຮັດໃຫ້ເຈົ້າມີນ້ຳຕາ
ຖ້າຄົບກັບອ້າຍຂໍສັນຍາຈະບໍ່ເຮັດໃຫ້ເຈົ້າເສຍໃຈ
 
ມາຮັກກັບອ້າຍຄົນນີ້ ຈະບໍ່ເຮັດໃຫ້ເສຍໃຈ
ຈະຮັກສາໄວ້ແບບນີ້ ແລະຈະຮັກເຈົ້າເລື້ອຍໄປ
ຂໍສັນຍາ ຈະບໍ່ເຮັດໃຫ້ເຈັບຄືກັບຄົນເກົ່າ ຟັງເອົາໄວ້
 
ໃສ່ໃຈໄດ້ແຕ່ມອງ ໃສ່ມອງໄດ້ທັງປາ
ໃສ່ໃຈອ້າຍນີ້ນາ ຊິພາໄປກິນແກງໜໍ່ໄມ້
ຊິພາໄປລ້ຽງຄວາຍ ແລະຂີ່ລົດໄຖນາ
ແລະອ້າຍຂໍສັນຍາວ່າຈະມີພຽງແຕ່ນ້ອງນາງ ຖ້າເຈົ້ານັ້ນຮັກກັນ
ອ້າຍຂໍສັນຍາຈະບໍ່ເຮັດໃຫ້ເຈົ້າມີນ້ຳຕາ
ຈະບໍ່ເຮັດໃຫ້ເຈັບຄືກັບຄົນທີ່ຜ່ານມາ
ຈະມີພຽງເຈົ້າຄົນດຽວຕະຫຼອດເລີຍ
ຢາກໃຫ້ເຈົ້ານັ້ນຫັນມາແນມກັນ
 
ໃສ່ໃຈໄດ້ແຕ່ມອງ ໃສ່ມອງໄດ້ທັງປາ
ໃສ່ໃຈອ້າຍນີ້ນາ ຊິພາໄປກິນແກງໜໍ່ໄມ້
ຊິພາໄປລ້ຽງຄວາຍ ແລະຂີ່ລົດໄຖນາ
ແລະອ້າຍຂໍສັນຍາວ່າຈະມີພຽງແຕ່ນ້ອງນາງ ຖ້າເຈົ້ານັ້ນຮັກກັນ
ອ້າຍຂໍສັນຍາຈະບໍ່ເຮັດໃຫ້ເຈົ້າມີນ້ຳຕາ
ຈະບໍ່ເຮັດໃຫ້ເຈັບຄືກັບຄົນທີ່ຜ່ານມາ
ຈະມີພຽງເຈົ້າຄົນດຽວຕະຫຼອດເລີຍ
ຢາກໃຫ້ເຈົ້ານັ້ນຫັນມາແນມກັນ
 

 

Translations

Comments