✕
Album:
Mulan: An Original Walt Disney Records Soundtrack (1998)
Original lyrics
Translation
Honor to Us All
ສັກສີເຈົ້າຈົ່ງນຳພາມາ
ເປັນຈັ່ງຊີ້ນີ້ຫວາ ຊິມາເສີມສວຍ
ຄຳຫຼ້າເອີ໋ຍ, ທຳມະດາ.
ຈັກມາຈຳແລງກາຍນາງສາວໃຊ້
ໃຫ້ງາມຕະລຶງຕາ.
ມາລ້າງກາຍປານີດໃຈ
ໃຫ້ຜິວຜ່ອງປະກາຍສອດສ່ອງແສງຈັນ.
ສູດນາງຟ້າຊິງາມຈົນອາຍຟ້າດິນ
ສັກສີເຈົ້າຈົ່ງນຳພາມາ.
ຈົ່ງໄວ້ໃຈຈົນແລ້ວໄປ
ໜຸ່ມຜູ້ໃດກໍພ້ອມຟາດຟັນເພື່ອເຈົ້າ.
ມີໂຊກລາບ ຜົມປະດັບຮັບແສງ.
ສັກສີເຈົ້າຈົ່ງນຳພາມາ.
ສາວໃດຈົ່ງຊູໃຫ້ວົງຕະກູນຮຸ່ງເຮືອງມີກຽດສັກສີ
ໂດຍເລືອກຄູ່ຄອງຜົນດີ
ຍາມນີ້ຖືໂອກາດທອງ.
ບ່າວໝາຍສາວຜູ້ຮູ້ລົດ
ສະຫງົບ ແລະ ວ່າງ່າຍ
ວ່ອງໄວວຽກງານ
ມີເຜົ່າພັນດີ ແລະ ມີກາຍງົດງາມ
ສັກສີເຈົ້າຈົ່ງນຳພາມາ.
ພວກເຮົາທັງຜອງລ້ວນຕ້ອງຮັບໃຊ້ຮ່ອງເຕ້ຜູ້ຄຸມແຜ່ນດິນ
ເຈົ້າບ່າວສູ້ຮົບຟາດຟັນ
ເຈົ້າສາວສືບລູກຕະກູນ
ແຕ່ງແລ້ວໄປ ງາມສຸດໃຈ
ປານໄມ້ບົວທີ່ບານໃນສາຍລົມອ່ອນ
ໜຸ່ມຄົນໃດຊິປະຕິເສດສາວງາມ
ສັກສີເຈົ້າຈົ່ງນຳພາມາ.
ໝາກໄມ້ສີແດງໃຫ້ໃຈສະຫງົບ
ເຄື່ອງປະດັບຖ່ວງສົມດູນໃຫ້ໜັກແໜ້ນ
ສາຍຄໍງາມເພີ່ມພູນມາ
ຕ້ອງເຊີດຊູໃຫ້ເຫັນເດັ່ນ
ເຕີມດ້ວຍແມງຈີ່ຫຼໍ່
ໄວ້ເອີ້ນໂຊກ
ຖ້າມີໄວ້ໃຈເຈົ້າຈະສະບາຍ.
ບັນພະຊົນ ສະດັບຂ້າວອນ
ຊ່ວຍມອບພອນບໍ່ໃຫ້ອັບອາຍຊົນເຜົ່າ
ຢ່າໃຫ້ຮາກຕະກູນຕ້ອງໄດ້ຖອນເບົາ
ສັກສີໃຫ້ບິດາສະຫງ່າ
ຢ້ານກົວເພິ່ນກວ່າສິ່ງໃດ ແລະ ເມືອນີ້ທີ່ຈັກໄດ້ພົບກັບແມ່ສື່
ດວງຊາຕາ ຈົ່ງນຳພາ
ນາງຟ້າງາມຕ້ອງໄດ້ຮັບການຄຸ້ມຄອງ
ຈົ່ງຊ່ວຍເມດຕາດັ່ງໄຂ່ມຸກຂັດງາມ
ສ່ອງແສງສົມບູນສີວິໄລ
ສັກສີເຈົ້າຈົ່ງນຳພາ
ສັກສີເຈົ້າຈົ່ງນຳພາ
ສັກສີເຈົ້າຈົ່ງນຳພາ
ສັກສີເຈົ້າຈົ່ງນຳພາ
ສັກສີເຈົ້າຈົ່ງນຳພາມາ
You can thank submitter by pressing this button
Pasha singsasubmitted on 4 Apr 2026 - 08:30
✕





![เงา [Reflection] (Ngao)](https://i.ytimg.com/vi/C1kD_PVpvpI/hqdefault.jpg)
![以你為榮 [Honor to Us All] (Taiwan) (Yǐ nǐ wèi róng)](https://i.ytimg.com/vi/iP5Z3o3juzM/hqdefault.jpg)
![佳人歡迎我 [A Girl Worth Fighting For] (Taiwan) (Jiā rén huān yíng wǒ)](https://i.ytimg.com/vi/z_zigvd1I-M/hqdefault.jpg)
